ບັນດາກິດຈະກຳ ສະເຫຼີມສະຫຼອງວັນເກີດ  “ປະທານ ຄໍາໄຕ ສີພັນດອນ” ສ່ອງແສງເຖິງການສັນລະເສີນຄຸນງາມຄວາມດີຂອງເພິ່ນ

ບັນດາກິດຈະກຳ ສະເຫຼີມສະຫຼອງວັນເກີດ  “ປະທານ ຄໍາໄຕ ສີພັນດອນ” ສ່ອງແສງເຖິງການສັນລະເສີນຄຸນງາມຄວາມດີຂອງເພິ່ນ
ໂດຍ: ສ.ບຸດປະຊາ
    ໄລຍະການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/2024-8/2/2024) ທີ່ຜ່ານມາ, ໄດ້ມີຫຼາຍກິດຈະກຳເກີດຂຶ້ນ ກ່ອນຈະຮອດງານໃຫຍ່ ກໍຄືງານອວຍພອນວັນເກີດຂອງເພິ່ນເມື່ອວັນທີ 8 ກຸມພາ 2024 ຊຶ່ງບັນດາກິດຈະກຳນັ້ນ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງບັນດາຜົນງານ, ຄຸນງາມຄວາມດີ, ຄວາມເປັນແບບຢ່າງ ເພື່ອຊາດ ເພື່ອປະຊາຊົນ ທີ່ເພິ່ນໄດ້ເສຍສະຫຼະ ແລະ ບັນດາກິດຈະກຳນັ້ນ ໄດ້ສ່ອງແສງເຖິງການສັນລະເສີນໜຶ່ງໃນຜູ້ນໍາຮຸ່ນກໍ່ຕັ້ງ ພັກເຮົາ ຜູ້ທີ່ຜ່ານແປວໄຟສົງຄາມຢ່າງມະຫັດສະຈັນ ແລະ ເປັນຜູ້ດຽວທີ່ຍັງມີອາຍຸຍືນ ຍາວມາເຖິງ 100 ປີ ໃນປັດຈຸບັນຄື ປະທານ ຄໍາໄຕ ສິພັນດອນ.
    ໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ທ່ານ  ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ຂອງຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ໄດ້ຂຶ້ນກ່າວຈຸດປະສົງ, ສະເໜີແຂກ ແລະ ລາຍງານສະພາບການກະກຽມງານດັ່ງກ່າວໃຫ້ຮູ່ວ່າ: ປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ສະບັບເລດທີ 337/ຄລສພ, ລົງວັນທີ 4 ເມສາ 2023 ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ສະບັບເລກທີ 387/ຄລສພ, ລົງວັນທີ 16 ມິຖຸນາ 2023. ຄະນະຮັບຜິດຊອບໄດ້ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ໃນທົ່ວປະເທດ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ໄດ້ກຳນົດໃນຄໍາສັ່ງດັ່ງກ່າວ ດ້ວຍຄວາມຮັບຜິດຊອບ ແລະ ໄດ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.
    ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນມີ ການຈັດສຳມະນາວິທະຍາສາດລະດັບຊາດ; ກິດຈະກຳຖາມ-ຕອບ; ການປາຖະກະຖາເລົ່າມູນເຊື້ອກ່ຽວກັບຊີວິດ ແລະ ການເຄື່ອນໄຫວ ປະຕິວັດຂອງ ປະທານຄໍາໄຕ ສີພັນດອນ, ໄດ້ອອກບົດຄວາມ, ບົດນໍາ, ບົດຂ່າວຜ່ານພາຫະນະສື່ມວນຊົນຕ່າງໆ; ໄດ້ກວດແກ້, ຮຽບຮຽງບັນດາເອກະສານ ແລະ ປຶ້ມ; ໄດ້ຈັດສຳພາດການນໍາ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈໍານວນໜຶ່ງ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ; ໄດ້ປັບປຸງບູລະນະສະຖານທີ່ການເຄື່ອນໄຫວປະຕິວັດ ແລະ ເຮືອນບ່ອນກຳເນີດຂອງປະທານ ເພື່ອເປັນອານຸສອນສະຖານ; ໄດ້ສ້າງສາລະຄະດີ. ປຶ້ມຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄໍາໄຕ ສີພັນດອນ; ນອກຈາກນີ້, ຍັງໄດ້ດຳເນີນກິດຈະກຳກິລາ ແລະ ອອກແຮງງານລວມ ແລະ ອື່ນໆ.
    ບັນດາກິດຈະກຳດັ່ງກ່າວ, ລ້ວນແຕ່ໄດ້ສ່ອງແສງ ເຖິງການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ຄໍາໄຕ ສີພັນດອນ; ສ່ອງແສງເຖິງການປຸກລະດົມ, ສຶກສາອົບຮົມ ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ມະຫາຊົນ, ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີວິດ, ຕະຫຼອດຮອດທັດສະນະຊີ້ນໍາຂອງເພິ່ນໃນຂົງເຂດຕ່າງໆ ນໍາເອົາໄປເປັນແວ່ນແຍ່ງ, ເຂັມຊີ້ທິດ ໃນການປະຕິບັດໜ້າທີ່ ເພື່ອປະເທດຊາດ ເພື່ອປະຊາຊົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນລະຫວ່າງລັດວິສາຫະກິດການ ບິນລາວ, ລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດ ລ້ານຊ້າງ ການບິນສາກົນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມານີ້, ໂດຍມີທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ, ທ່ານ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ, ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ, ມີບັນດາຜູ້ຕາງໜ້າຄະນະກອງຈະລາຈອນທາງອາກາດລາວ, ກົມການບິນພົນລະເຮືອນ, ກອງສະໜາມການບິນລາວ ພ້ອມດ້ວຍພະນັກງານທັງ 3 ສາຍການບິນເຂົ້າຮ່ວມເປັນສັກຂີພິຍານ.
ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ກອງປະຊຸມປຶກສາຫາລື ການເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ຈັດຂຶ້ນໃນວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ປະຈຳການຄະນະປະຕິຮູບລັດວິສາຫະກິດ.
ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ພິທີປະກາດການຈັດຕັ້ງສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງ ຂອງທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຄະນະກົມ, ຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 23 ຕຸລາ ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ, ຈັດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຊຶ່ງຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ ຫໍຜ້າໄໝບູຮານ (ຂ້າງຫໍຄໍາ).
ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ວັນທີ 22 ຕຸລານີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ເສນ ພັນລັກ ກຳມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ, ໃນວັນທີ 23 ຕຸລານີ້, ມີພະອາຈານ ມະຫາເຫວດ ມະເສໄນ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນພະສົງທົ່ວແຂວງ, ມີຕາງຽໜ້າການນຳຂອງແຂວງ, ພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ອອກຕົນຍາດໂຍມ ຜູ້ມີໃຈໃສສັດທາ ເຂົ້າຮ່ວມ.
ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ອະນຸກຳມະການປ້ອງກັນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ ພ.ສ 2568 (ຄ.ສ 2025) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານບຸນດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2,015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.
ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ເພີ່ມເຕີມ